ໂຄງການນີ້ ເປັນການຮ່ວມມືລະຫວ່າງ 6 ມະຫາວິທະຍາໄລ ເຊີ່ງມີ 2 ມະຫາວິທະຍາໄລ ຈາກສະຫະພາບເອີຣົບຄື: ມະຫາວິທະຍາໄລ ເຮສີງກິ (University of Helsinki) ແລະ ມະຫາວິທະຍາໄລ Czech University of Life Science Prague. ແລະ 2 ມະຫາວິທະຍາໄລຈາກ ພູມີພາກເອຊີຕະເວັນອອກສຽງໃຕ້ຄື: 2 ມະຫາວິທະຍາໄລ ຈາກປະເທດລາວ: ມະຫາວິທະຍາໄລ ສຸພານຸວົງ (Souphanouvong University), ມະຫາວິທະຍາໄລ ສະຫວັນນະເຂດ (Savannakhet University), ແລະ 2 ມະຫາວິທະຍາໄລ ຈາກປະເທດໄທ: ມະຫາວິທະຍາໄລ ກະເສດສາດ (Kasetsart University) ແລະ ມະຫາວິທະຍາໄລ ຊຽງໃໝ່ (Chiang Mai University). ໂຄງການນີ້ ໄດ້ຮັບການສະໜັບສະໜູນງົບປະມານຈາກ ERASMUS+ ຂອງສະຫະພາບເອີຣົບ.
ເຊີ່ງເປັນໂຄງການສ້າງຄວາມເຂັ້ນແຂງດ້ານຄວາມອາດສາມາດສຳລັບ ການຄຸ້ມຄອງ ແລະ ການຟື້ນຟູປ່າໄມ້ແບບຍືນຍົງໃນປະເທດລາວ ແລະ ປະເທດໄທ ດ້ວຍການເລັ່ງໃສ່ສ້າງຄວາມເຂັ້ມແຂງອງການສຶກສາຊັ້ນສູງ ທີ່ກ່ຽວຂ້ອງກັບປ່າໄມ້. ໂຄງການ ແມ່ນຈະມີການພັດທະນາ ບັນດາເຄື່ອງມືຕ່າງໆ ໃນການຮຽນ ແລະ ການສອນ (ລວມທັງການສອນແບບອອນໄລ) ແລະ ການຝຶກອົບຮົມ ໃຫ້ຜູ້ຮຽນຮູ້ ໂດຍມີຈຸດປະສົງ ເພື່ອການເພີ່ມໂອກາດ ໃນການສ້າງວຽກເຮັດ ແລະ ອາຊີບໃຫ້ແກ່ບັນດາບັນດິດ ຫຼື ນັກສຶກສາທີຮຽນຈົບ ໃໝ່ ດ້ວຍການສົ່ງເສີມການເປັນສັນຍາຈ້າງ (ຝຶກຫັດງານ) ໃຫ້ສອດຄ່ອງກັນກັບຫຼັກສູດທີ່ເປັນບຸລິມະສິດຕາມແຜນການພັດທະນາແຫ່ງຊາດ. ດັ່ງນັ້ນ, ບັນດາບັນດິດເຫຼົ່ານີ້ທີ່ຈົບໄປ ຈະສາມາດເປັນຜູ້ນຳໃນດ້ານຕ່າງໆ ໃນການປະກອບສ່ວນສຳລັບການພັດທະນາປະເທດຊາດໃຫ້ກ້າວສູ່ສາກົນ ເຊັ່ນ: ເລັ່ງໃສ່ເປົ້າໝາຍແຜນການ ການພັດທະນາທີ່ຍືນຍົງຂອງຊາດ (SDGs) ຕາມແນວທາງຂອງ ສະຫະປະຊາຊາດ (UN) ບົນພື້ນຖານຂໍ້ຕົກລົງຂອງປາຣີສ (Paris Agreement) ຕໍ່ການປ່ຽນແປງສະພາບດິນຟ້າອາກາດ ແລະ ຄວາມທ້າຍທາຍຂອງບອນ (Bonn Challenges) ຫຼື ເປັນຄວາມທ້າທາຍໃນການຟື້ນຟູປ່າໄມ້ຈາກທີ່ດິນປ່າໄມ້ເຊື່ອມໂຊມ ແລະ ອື່ນໆ. ໂຄງການນີ້ ຍັງເປັນການເສີມສ້າງ ຄວາມຮ່ວມມືລະຫວ່າງ ປະເທດພັດທະນາແລ້ວ ກັບ ປະເທດທີ່ກຳລັງພັດທະນາ (ສະຫະພາບເອີຣົບ ແລະ ອາຊີຕາເວັນອອກສຽງໃຕ້) ແລະ ລະຫວ່າງປະເທດທີ່ກຳລັງພັດທະນາດ້ວຍກັນເອງ (ປະເທດລາວ ແລະ ປະເທດໄທ).
ໂດຍສະເພາະ ຫລັກສູດປະລິນຍາໂທທາງດ້ານປ່າໄມ້ ຂອງມະຫາວິທະຍາໄລ ທັງ 2 ແຫ່ງໃນປະເທດລາວ ແລະ ມະຫາວິທະຍາໄລ ກະເສດສາດ ກໍ່ຈະໄດ້ຮັບການປັບປຸງໃນເວລາດຽວກັນ ໜ່ວຍງານວິໄຈຟື້ນຟູປ່າໄມ້ ມະຫາວິທະຍາໄລ ຊຽງໃໝ່ ຈະປັບປຸງວິຊາປະລິນຍາຕີທີ່ມີຢູ່ແລ້ວ ແລະ ຈະສ້າງຫຼັກສູນລະດັບ ປະລິນຍາໂທຂື້ນໃໝ່ ໃນຫຼັກສູດກະສິກໍາ ແລະ ສີ່ງແວດລ້ອມປ່າໄມ້ໃນຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້, ມະຫາວິທະຍາໄລ ສຸພານຸວົງ
ເຊິ່ງຈະໄດ້ເປີດການຮຽນການສອນໃຫ້ບຸກຄົນທົ່ວໄປທີ່ຈົບຈາກສາຂາທີ່ກ່ຽວຂ້ອງ ແລະ ການພັດທະນາລະບົບສຳລັບການຝຶກອົບຮົມຢ່າງບໍ່ເປັນທາງການ ໃນດ້ານການຟື້ນຟູປ່າໄມ້ ແລະ ການປັບໂຕໃຫ້ສາມາດແທດເໝາະທັນກັບການປ່ຽນແປງຂອງດິນຟ້າອາກາດ, ນອກຈາກນີ້ໜ່ວຍ ງານຄົ້ນຄວ້າວິໄຈການຟື້ນຟູປ່າໄມ້ ມະຫາວິທະຍາໄລ ຊຽງໃໝ່ ຍັງຈະຊ່ວຍມະຫາວິທະຍາໄລ ສຸພານຸວົງ ສ້າງຕັ້ງໜ່ວຍງານວິໄຈການຟື້ນຟູປ່າໄມ້ຂອງຕົນເອງອິກດ້ວຍ.
For current activities and announcements please consult the project's web page or leave a comment on the project's Facebook page .


